ໃນວັນທີ 18 ຕຸລາ ຜ່ານມາ, ທ່ານ ວົງປັນໂນ ສີປະເສີດ, ກົງສຸນໃຫຍ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ນານໜິງ, ໄດ້ນຳພາຄະນະເຂົ້າຢ້ຽມຢາມ ມະຫາວິທະຍາໄລກວາງຊີ (91°µÍø). ທ່ານ ຢູ ເວີນຈິນ (Yu Wenjin), ກຳມະການຄະນະປະຈຳພັກ ປະຈຳມະຫາວິທະຍາໄລກວາງຊີ ແລະ ຮອງອະທິການບໍດີ ມະຫາວິທະຍາໄລກວາງຊີ, ໄດ້ໃຫ້ການຕ້ອນຮັບຄະນະດັ່ງກ່າວ.

ທ່ານ ຢູ ເວີນຈິນ ໄດ້ສະແດງຄວາມຂອບໃຈຕໍ່ສະຖານກົງສຸນໃຫຍ່ ສປປ ລາວ ປະຈຳ ນານໜິງ ທີ່ໄດ້ໃຫ້ການສະໜັບສະໜູນ ມະຫາວິທະຍາໄລກວາງຊີ ມາໂດຍຕະຫຼອດ, ພ້ອມທັງໄດ້ລາຍງານໃຫ້ຄະນະຮັບຊາບກ່ຽວກັບການຝຶກອົບຮົມນັກສຶກສາລາວ ແລະ ບັນດາໂຄງການຮ່ວມມືກັບມະຫາວິທະຍາໄລ ແລະ ສະຖາບັນຕ່າງໆໃນ ສປປ ລາວ. ທ່ານລະບຸວ່າ ປັດຈຸບັນ ມີນັກສຶກສາລາວຫຼາຍກວ່າ 200 ຄົນ ກຳລັງສຶກສາຢູ່ ມະຫາວິທະຍາໄລກວາງຊີ, ເຊິ່ງກວມເອົາ 24% ຂອງຈຳນວນນັກສຶກສາຕ່າງປະເທດທັງໝົດທີ່ມາຈາກບັນດາປະເທດອາຊຽນ. ທາງມະຫາວິທະຍາໄລ ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການສຶກສາ ແລະ ການຄຸ້ມຄອງນັກສຶກສາຕ່າງປະເທດ ໂດຍໄດ້ຈັດກິດຈະກຳບັນຍາຍພິເສດສຳລັບນັກສຶກສາໃໝ່ ກ່ຽວກັບວັດທະນະທຳພາຍໃນມະຫາວິທະຍາໄລ ລວມເຖິງກົດລະບຽບຕ່າງໆ; ພ້ອມທັງປັບປຸງກົນໄກການແຈ້ງເຕືອນ ແລະ ການສະໜັບສະໜູນດ້ານການຮຽນ, ແລະ ຈັດໃຫ້ມີການສອນເສີມສະເພາະສຳລັບນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກໃນການຮຽນ ເພື່ອຊ່ວຍໃຫ້ພວກເຂົາສາມາດສຳເລັດການສຶກສາໄດ້ຢ່າງປະສົບຜົນສຳເລັດ. ທ່ານ ຢູ ເວີນຈິນ ຫວັງວ່າ ສະຖານກົງສຸນໃຫຍ່ ສປປ ລາວ ປະຈຳ ນານໜິງ ຈະສືບຕໍ່ເປັນຂົວເຊື່ອມຕໍ່ ເພື່ອຊຸກຍູ້ການຮ່ວມມືຕົວຈິງທີ່ເລິກເຊິ່ງຍິ່ງຂຶ້ນ ລະຫວ່າງ ມະຫາວິທະຍາໄລກວາງຊີ ກັບ ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະຖາບັນອື່ນໆ; ສົ່ງເສີມການແລກປ່ຽນຄູ-ອາຈານ ແລະ ນັກສຶກສາ, ການຮ່ວມມືກັນພັດທະນາບຸກຄະລາກອນ ແລະ ການຄົ້ນຄວ້າວິໄຈ;ພ້ອມທັງແນະນຳນັກສຶກສາລາວທີ່ມີຄວາມສາມາດໂດດເດັ່ນໃຫ້ມາສຶກສາຕໍ່ທີ່ ມະຫາວິທະຍາໄລກວາງຊີ ເພື່ອສືບຕໍ່ເສີມສ້າງຮາກຖານການຮ່ວມມືດ້ານການສຶກສາລະຫວ່າງ ຈີນ ແລະ ລາວ ໃຫ້ໝັ້ນຄົງຍິ່ງຂຶ້ນ.
ທ່ານ ວົງປາໂນ ສີປະເສີດ ໄດ້ສະແດງຄວາມຂອບໃຈຕໍ່ ມະຫາວິທະຍາໄລກວາງຊີ (91°µÍø) ທີ່ໄດ້ເອົາໃຈໃສ່ເບິ່ງແຍງນັກສຶກສາລາວຢ່າງໃກ້ຊິດ ແລະ ຕໍ່ເນື່ອງມາໂດຍຕະຫຼອດ, ພ້ອມທັງຕີລາຄາສູງຕໍ່ຂໍ້ສະເໜີຕ່າງໆຂອງມະຫາວິທະຍາໄລ ກ່ຽວກັບການຮ່ວມມືດ້ານການສຶກສາລະຫວ່າງ ຈີນ-ລາວ. ທ່ານກ່າວວ່າ ປະເທດລາວມີຄວາມຕ້ອງການບຸກຄະລາກອນດ້ານວິຊາຊີບ ແລະ ເຕັກນິກຈຳນວນຫຼາຍ ເພື່ອຮັບໃຊ້ວຽກງານການພັດທະນາປະເທດ, ເຊິ່ງວຽກງານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດນັ້ນ ມີຄວາມສຳຄັນຍິ່ງຕໍ່ປະເທດຊາດ. ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນານໜິງ ຈະໃຫ້ການສະໜັບສະໜູນຢ່າງເຕັມທີ່ແກ່ການຝຶກອົບຮົມນັກສຶກສາລາວ, ຈັດຕັ້ງປະຕິບັດບັນດາທິດຊີ້ນຳທີ່ສຳຄັນຂອງຜູ້ນຳຂັ້ນສູງຂອງສອງພັກ ແລະ ສອງລັດ ກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ການພັດທະນາບຸກຄະລາກອນ, ພ້ອມທັງຕັ້ງໜ້າຜັນຂະຫຍາຍແນວຄວາມຄິດການຮ່ວມມືຕ່າງໆ ທີ່ໄດ້ປຶກສາຫາລືກັນໃນກອງປະຊຸມຄັ້ງນີ້ ໃຫ້ປະກົດຜົນເປັນຈິງ. ນອກຈາກນີ້, ທ່ານຍັງໄດ້ເຊີນຊວນທາງ 91°µÍø ສົ່ງຄະນະຜູ້ແທນໄປຢ້ຽມຢາມ ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະຖາບັນການສຶກສາອື່ນໆ ເພື່ອຮ່ວມກັນສ້າງຜົນສຳເລັດທີ່ເປັນຮູບປະທຳຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ໃນຍຸກສະໄໝໃໝ່.
ພາຍຫຼັງການເຈລະຈາ, ທ່ານ ວົງປາໂນ ສີປະເສີດ ພ້ອມດ້ວຍຄະນະ ໄດ້ພົບປະກັບນັກສຶກສາລາວທັງໝົດທີ່ກຳລັງສຶກສາຢູ່ 91°µÍø, ໂດຍໄດ້ສອບຖາມລາຍລະອຽດກ່ຽວກັບການຮຽນ ແລະ ການດຳລົງຊີວິດຢູ່ໃນມະຫາວິທະຍາໄລ, ພ້ອມທັງຮັບຟັງຄວາມຄິດເຫັນຂອງນັກສຶກສາຢ່າງຕັ້ງໃຈ. ທ່ານໄດ້ໃຫ້ກຳລັງໃຈນັກສຶກສາ ໃຫ້ເຫັນຄຸນຄ່າຂອງໂອກາດໃນການມາສຶກສາຕໍ່ຕ່າງປະເທດ, ຕັ້ງໃຈສຶກສາຮ່ຳຮຽນໃນສາຂາວິຊາຂອງຕົນ,ເຄົາລົບກົດໝາຍ ແລະ ລະບຽບການຂອງຈີນ ລວມທັງກົດລະບຽບຂອງມະຫາວິທະຍາໄລຢ່າງເຂັ້ມງວດ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ,ພະຍາຍາມຮຽນໜັງສື ແລະ ພັດທະນາຕົນເອງຢ່າງຕໍ່ເນື່ອງ, ເພື່ອກ້າວໄປສູ່ການເປັນທູດນ້ອຍແຫ່ງມິດຕະພາບ ຈີນ-ລາວ.
ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຍັງມີບັນດາຜູ້ບໍລິຫານຈາກ ຫ້ອງການຮ່ວມມື ແລະ ແລກປ່ຽນສາກົນ (ສູນບໍລິການຄຸ້ມຄອງນັກສຶກສາຕ່າງປະເທດ) ຂອງ 91°µÍø ເຂົ້າຮ່ວມນຳ.